ປະເມີນຄວາມພ້ອມຍົກລະດັບໂຮງຮຽນເຕັກນິກ-ວິຊາຊີບ ເປັນວິທະຍາໄລ ເຕັກນິກ-ວິຊາຊີບບໍລິຄຳໄຊ
ທ່ານ ອາຈານ ຄຳແວ່ນ ປັນຍານຸວົງ ຜູ້ອຳນວຍການໂຮງຮຽນເຕັກນິກວິຊາຊີບ ແຂວງບໍລິຄຳໄຊ ໄດ້ຜ່ານບົດນຳສະເໜີໃນການຍົກລະດັບສະຖານະໂຮງຮຽນເຕັກ-ວິຊາຊີບບໍລິຄຳໄຊ ຂຶ້ນເປັນວິທະຍາໄລ ເຕັກນິກ-ວິຊາຊີບ. ໂຮງຮຽນເຕັກນິກ-ວິຊາຊີບ ບໍລິຄໍາໄຊ ຕັ້ງຢູ່ບ້ານ ຫ້ວຍຄຸນ, ເມືອງ ບໍລິຄັນ, ແຂວງ ບໍລິຄໍາໄຊ, ສ້າງຕັ້ງຂຶ້ນຕາມຂໍ້ຕົກລົງຂອງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 1458/ສສ.ອສ, ລົງວັນທີ 25 ກັນຍາ 2002 ແລະ ໄດ້ຮັບທຶນການປັບປຸງ ພື້ນຖານໂຄງລາງ ແລະ ອຸປະກອນເຕັກນິກ ໃນປີ 2018-2019, ມາຮອດປະຈຸບັນມີອາຍຸໄດ້ 23 ປີ.ປະກອບມີ 3 ໜ່ວຍງານວິຊາການ, ບໍລິຫານ-ຈັດຕັ້ງ, ກິດຈະການ. ມີ 7 ຂະແໜງວິຊາປູກຝັງ, ລ້ຽງສັດ, ຄະຫະກຳ (ອາຊີບ,ປຸງແຕ່ງ,ຕັດຫຍິບ), ບໍລິຫານທຸລະກິດ, ລົດຍົນ, ໄຟຟ້າ, ກໍ່ສ້າງ-ຊ່າງໄມ້, ມີພະນັກງານຄູທັງໝົດ 59 ຄົນ, ຍິງ 28 ຄົນ, ປະລິນຍາໂທ 7 ຄົນ ຍິງ 1 ຄົນ, ປະລິຍຍາຕີ 31 ຄົນ ຍິງ 15 ຄົນ ຊັ້ນສູງ 18 ຄົນ ຍິງ 9 ຄົນ, ຊັ້ນກາງ 3 ຄົນ ຍິງ 3 ຄົນ. ປະຈຸບັນມີນັກສຶກສາ ທັງໝົດ 521 ຄົນ ຍິງ 185 ຄົນ, ໃນນີ້ສາມັນ-ວິຊາຊີບ 269 ຄົນ ຍິງ 102 ຄົນ, ໂຮງຮຽນເຕັກນິກ-ວິຊາຊີບບໍລິຄຳໄຊ ຈະພັດທະນາລະບົບອາຊີວະສຶກສາ ເພື່ອສ້າງກຳລັງແຮງງານໃຫ້ມີຄວາມຮູ້ ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄ່ານິຍົມທີ່ຖືກຕ້ອງ, ສາມາດຕອບສະໜອງໄດ້ກັບຄວາມຕ້ອງການຂອງຕະຫຼາດແຮງງານ, ມີຄວາມພ້ອມທີ່ຈະຮ່ວມມື ແລະ ແຂ່ງຂັນກັບບັນດາປະເທດໃນພາກພື້ນ; ສໍາລັບຈຸດປະສົງສະເພາະ ຈະສົ່ງເສີມການເຂົ້າຮຽນ ແລະ ຄວາມສະເໝີພາບຍິງ-ຊາຍໃນການເຂົ້າເຖິງອາຊີວະສຶກສາໂດຍເນັ້ນໃສ່ເພດຍິງ ແລະ ຜູ້ທີ່ດ້ອຍໂອກາດ, ປັບປຸງ ແລະ ສ້າງຄວາມເຂັ້ມແຂງໃນທຸກສາຂາວິຊາຂອງການຮຽນ-ການສອນ ເພື່ອຮັບປະກັນທາງດ້ານປະລິມານຂອງຜູ້ຮຽນຈົບສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດແຮງງານ, ຍົກລະດັບຄູສອນ ແລະ ພະນັກງານທາງດ້ານວິຊາການ ແລະ ວິຊາຄູ, ສົ່ງເສີມການສະໜອງທຶນການສຶກສາໃຫ້ແກ່ນັກຮຽນຈາກຄອບຄົວທຸກຍາກ ແລະ ຜູ້ທີ່ດ້ອຍໂອກາດ ເພື່ອໃຫ້ເຂົາເຈົ້າໄດ້ມີໂອກາດສືບຕໍ່ນໍາໃຊ້ພອນສະຫວັນ, ຄວາມສາມາດໃນການພັດທະນາຕົນເອງ ແລະ ສັງຄົມ. ຈະສ້າງໂຮງຮຽນເຕັກນິກ-ວິຊາຊີບບໍລິຄຳໄຊ ໃຫ້ກາຍເປັນວິທະຍາໄລ.






